ກອງປະຊຸມສຸດຍອດຂະບວນການ ບໍ່ຮ່ວມກຸ່ມ ຄັ້ງທີ 19
ສຳນັກຂ່າວ ຊິນຮວາ ລາຍງານໃນວັນທີ 23 ມັງກອນ 2024 ນີ້ວ່າ: ກອງປະຊຸມສຸດຍອດຂະບວນການບໍ່ຮ່ວມກຸ່ມຄັ້ງທີ 19 ໄດ້
ອັດລົງຢູ່ຄາມປາລາ ນະຄອນຫຼວງຂອງ ອູກັນດາ. ກອງປະຊຸມສຸດຍອດໄດ້ຮັບຮອງເອົາ “ຖະແຫຼງການຄາມປາລາ” ເຊິ່ງເປັນເອກະສານ
ທີ່ມີລັກສະນະຜົນງານ ໂດຍຮຽກຮ້ອງໃຫ້ຍຶດໝັ້ນລັດທິຫຼາຍຝ່າຍ, ເພີ່ມອິດທິພົນຂອງຂະບວນການບໍ່ຮ່ວມກຸ່ມໃນວຽກງານສາກົນ ພະ
ຍາຍາມກໍ່ສ້າງໂລກທີ່ມີສັນຕິພາບ, ຄວາມທ່ຽງທຳ ແລະ ຄວາມຈະເລີນ.
ໃນກອງປະຊຸມ ໄດ້ຖະແຫຼງການຄາມປາລາ ເນັ້ນໜັກຈະສືບຕໍ່ເພີ່ມທະວີການຮ່ວມມືໃຕ້ ແລະ ເໜືອໃຕ້, ເຄົາລົບກົດໝາຍສາກົນ
ແລະ ຫຼັກການຄວາມຮັບຮູ້ທີ່ເປັນເອກະພາບກັນຂອງສາກົນຢ່າງຮອບດ້ານ, ພ້ອມກັນຮັບມືກັບການຂົ່ມຂູ່ ແລະ ສິ່ງທ້າທາຍທີ່ປະເທດ
ພວມພັດທະນາຜະເຊີນໃນການຊຸກຍູ້ໃຫ້ເສດຖະກິດພັດທະນາ ແລະ ສັງຄົມກ້າວໜ້າ.
ຂະບວນການບໍ່ຮ່ວມກຸ່ມນີ້ໄດ້ສ້າງຕັ້ງຂຶ້ນໃນປີ 1961, ແມ່ນເວທີສຳຄັນທີ່ເຮັດໃຫ້ປະເທດໃຕ້ຂອງທົ່ວໂລກດຳເນີນການຫາລື ແລະ
ການຮ່ວມມື. ປັດຈຸບັນຂະບວນການບໍ່ຮ່ວມກຸ່ມໄດ້ມີປະເທດສະມາຊິກ 121 ປະເທດ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 25/01/2024